ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດຜະລິດລູກສອນໄຟເອີຣົບ ແລະ ບໍລິສັດອຸດສາຫະກໍາ
ການບິນອະວະກາດ ສ ເກົາຫຼີ ເພີ່ມທະວີການຮ່ວມມືສອງຝ່າຍ

     ອີງຕາມລາຍງານຈາກເວັບໄຊທ໌ asianmilitaryreview.com ແຈ້ງໃຫ້ຮູ້ໃນວັນທີ 30 ພະຈິກ 2024 ນີ້ວ່າ: ບໍລິ
ສັດຜູ້ຜະລິດ ແລະ ພັດທະນາລູກສອນໄຟເອີຣົບ
(MBDA) ແລະ ບໍລິສັດອຸດສາຫະກໍາການບິນອະວະກາດ ສ ເກົາຫຼີ (KAI)
ໄດ້ລົງນາມໃນຂໍ້ຕົກລົງເພີ່ມທະວີການຮ່ວມມືສອງ ຝ່າຍໃນການພັດທະນາຜະລິດຕະພັນທີ່ທັງສອງຝ່າຍມີຄວາມຊໍານິຊໍານານ
ແລະ ຄົ້ນຄິດຜະລິດຂຶ້ນ.

     ລາຍງານໄດ້ໃຫ້ຮູ້ວ່າ: ເນື້ອໃນຂໍ້ຕົກລົງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທັງສອງບໍລິສັດມີການຄົ້ນ ຄວ້າຫາໂອກາດທີ່ເໝາະສົມ
ໃນການຮ່ວມມືກັນຜະລິດອາວຸດໃໝ່ຂອງ MBDA ເຊັ່ນ: ລູກສອນໄຟ ເລືອກເປົ້າໝາຍໂຈມຕີຈາກອາກາດສູ່ພື້ນທີ່ມີຄວາມ
ແມ່ນຢໍາສູງ (SPEAR), ລູກສອນໄຟລໍ້າສະໄໝ ໄລຍະໃກ້ໂຈມຕີຈາກອາກາດສູ່ອາກາດ (ASRAAM) ແລະ ລູກສອນໄຟ
Brimstone ເພື່ອປະກອບໃສ່ໃຫ້ແທດເໝາະກັບໂຄງສ້າງຂອງເຮືອບິນສູ້ຮົບ KF-21 Bormae ແລະ ເຮືອບິນສູ້ຮົບ
FA-50 ຂອງ ສ ເກົາຫຼີ. ເຊິ່ງຖືເປັນການສ້າງການຕະຫຼາດຮ່ວມໃຫ້ກັບຜະລິດຕະພັນຂອງທັງສອງຝ່າຍອີກ.

     ເມື່ອເດືອນ ຕຸລາ ທີ່ຜ່ານມາ, ບໍລິສັດ MBDA ໄດ້ບັນລຸສັນຍາຊື້ຂາຍ ແລະ ຕິດຕັ້ງລະບົບລູກ ສອນໄຟໂຈມຕີຈາກອາກາດ
ສູ່ອາກາດ Mistral ໃຫ້ກັບເຮືອບິນເຮລີກົບແຕ່ໂຈມຕີທາງທະເລ KMAH ຂອງ ສ ເກົາຫຼີ. Mistral ເປັນລູກສອນໄຟຕໍ່ຕ້ານ
ການໂຈມຕີທາງອາກາດໄລຍະໃກ້ທີ່ມີການເຮັດວຽກແບບໂຈມຕີດັບສູນເປົ້າໝາຍ, ທໍາລາຍລ້າງສູງ ແລະ ປະຕິບັດງານງ່າຍ. ລູກ
ສອນໄຟ
ດັ່ງກ່າວສາມາດຍິງໃນລະດັບຄວາມສູງປະມານ 4.500 ກວ່າກິໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/12/2023